ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ທະຫານແຂວງຊຽງຂວາງ ເປັນເຈົ້າພາບຈັດກອງປະຊຸມ
ປະເມີນການຈັດຕັ້ງປະຕິບັດກົດໝາຍໃນຂົງເຂດວຽກງານປ້ອງກັນຊາດ


ສະຫາຍ ພົນຕີ ສາຍໃຈ ກົມມະສິດ, ກໍາມະການຄະນະປະຈໍາພັກກະຊວງ, ຫົວໜ້າຫ້ອງວ່າການກະຊວງປ້ອງກັນປະເທດ ​ເປັນ​ປະທານ

    ໃນຕອນເຊົ້າວັນທີ 28-29 ສິງຫາ 2023 ນີ້, ກອງບັນຊາການທະຫານແຂວງຊຽງຂວາງ ໄດ້ຮັບກຽດເປັນເຈົ້າພາບ ຈັດກອງປະຊຸມ ປະ
ເມີນການຈັດຕັ້ງປະຕິບັດກົດໝາຍ ໃນຂົງເຂດວຽກງານປ້ອງກັນຊາດຂຶ້ນ ໂດຍການເປັນປະທານຂອງ ສະຫາຍ ພົນຕີ ສາຍໃຈ ກົມມະສິດ, ກໍາ
ມະການຄະນະປະຈໍາພັກກະຊວງ, ຫົວໜ້າຫ້ອງວ່າການກະຊວງປ້ອງກັນປະເທດ, ມີສະຫາຍ ພົນຈັດຕະວາ ຂັນທອງ ວົງອຳຄາ, ຫົວໜ້າການ
ເມືອງ ກອງບັນຊາການທະຫານ ແຂວງຊຽງຂວາງ, ມີບັນດາສະຫາຍຫົວໜ້າ, ຮອງຫົວໜ້າ ກອງບັນຊາການທະຫານ ແຂວງຊຽງຂວາງ, ຫົວພັນ,
ໄຊສົມບູນ, ບໍລິຄຳໄຊ, ກອງພັນໃຫຍ່ 702, 643, 584, 642, 621, ໂຮງໝໍບໍລິເວນ 101, ໂຮງຮຽນນາຍສິບເຫລົ່າຮົບບ້ານແປນ, ຫ້ອງການ
ປກຊ-ປກສ ແຂວງ, ສະຫະພັນນັກຮົບເກົ່າແຂວງ, ຄະນະພັກ-ຄະນະບັນຊາອົງການ 5 ຫ້ອງ, ກອງບັນຊາການທະຫານເມືອງແປກ ແລະ ພະ
ແນກການທີ່ກ່ຽວຂ້ອງເຂົ້າຮ່ວມ.

     ການປະເມີນຜົນການຈັດຕັ້ງປະຕິບັດກົດໝາຍໃນຄັ້ງນີ້ລວມມີ 3 ສະບັບຄື: ກົດໝາຍວ່າດ້ວຍນາຍທະຫານ ກອງທັບປະຊາຊົນລາວ (ສະບັບ
ປັບປຸງ ປີ 2015) ປະກອບມີ 5 ພາກ, 50 ມາດຕາ, ກົດໝາຍວ່າດ້ວຍພັນທະປ້ອງກັນຊາດ (ສະບັບປັບປຸງ ປີ 2012) ປະກອບມີ 5 ພາກ, 70
ມາດຕາ ແລະ ກົດໝາຍວ່າດ້ວຍການປ້ອງກັນຊາດ (ສະບັບປັບປຸງ ປີ 2016) ມີ 10 ພາກ, 65 ມາດຕາ ແລະ ບັນດາຜູ້ແທນກອງປະຊຸມ ກໍໄດ້
ຜັດປ່ຽນກັນ ມີຄຳຄິດເຫັນຢ່າງກົງໄປກົງມາ ແລະ ຕັ້ງຄຳຖາມເຈາະຈີ້ມ ປະເມີນຜົນການຈັດຕັ້ງປະຕິບັດກົດໝາຍ 3 ສະບັບດັ່ງກ່າວທີ່ເຫັນວ່າມີ
ບາງພາກ, ບາງມາດຕາ ການກຳນົດເນື້ອໃນຍັງບໍ່ທັນສອດຄ່ອງ, ການຈັດຕັ້ງປະຕິບັດຕົວຈິງ ຍັງບໍ່ທັນບັນລຸໄດ້ຕາມແຜນຍຸດທະສາດ ທີ່ກະຊວງ
ປ້ອງກັນປະເທດກຳນົດໄວ້, ການເຜີຍແຜ່ກົດໝາຍ 3 ສະບັບດັ່ງກ່າວໃຫ້ແກ່ພະນັກງານ-ນັກຮົບ ແລະ ປະຊາຊົນບັນດາເຜົ່າ ຍັງບໍ່ທັນທົ່ວເຖິງ
ໂດຍສະເພາະແມ່ນກົມກອງທີ່ຢູ່ຫ່າງໄກສອກຫຼີກ ແລະ ການແຈກຢາຍປຶ້ມກົດໝາຍ ຍັງມີຄວາມຈຳກັດ ເຮັດໃຫ້ຄວາມຮັບຮູ້ ແລະ ເຂົ້າໃຈຕໍ່ກັບ
ກົດໝາຍ, ບໍ່ທັນເລິກເຊິ່ງເທົ່າທີ່ຄວນ, ການຜັນຂະຫຍາຍເປັນນິຕິກຳໃຕ້ກົດໝາຍ ຍັງມີຄວາມຈຳກັດໃນການຮັບຮູ້. ເນື້ອໃນຂອງກົດໝາຍຍັງບໍ່
ທັນຄົບຖ້ວນເທົ່າທີ່ຄວນ ແລະ ຍັງມີຄວາມເຂົ້າໃຈຍາກໃນບາງເນື້ອໃນ ໂດຍສະເພາະແມ່ນການໃຊ້ຄຳສັບທາງການທະຫານ. ທັງນີ້ ກໍເພື່ອເປັນ
ການກຳນົດຫຼັກການ, ລະບຽບການ ແລະ ມາດຕະການກ່ຽວກັບການຈັດຕັ້ງ, ການເຄື່ອນໄຫວ, ການຄຸ້ມຄອງ, ຕິດຕາມ ກວດກາ ວຽກງານປ້ອງ
ກັນຊາດ ພັນທະປ້ອງກັນຊາດ ແລະ ນາຍທະຫານກອງທັບປະຊາຊົນລາວ ເພື່ອຍົກສູງປະສິດທິພາບ ໃນການຊີ້ນຳ ບັນຊາການປະຕິບັດໜ້າທີ່ຂອງ
ກຳລັງປ້ອງກັນຊາດ, ເຮັດໃຫ້ວຽກງານດັ່ງກ່າວເປັນຄວາມຮັບຜິດຊອບຂອງທົ່ວປວງຊົນລາວ ແນໃສ່ຮັບປະກັນໃຫ້ປະເທດຊາດ ມີສະຖຽນລະພາບ
ທາງດ້ານການເມືອງຢ່າງໜັກແໜ້ນ, ມີຄວາມໝັ້ນຄົງ ສາມາດເຊື່ອມໂຍງກັບພາກພື້ນ ແລະ ສາກົນປະກອບສ່ວນເຂົ້າໃນພາລະກິດປົກປັກຮັກສາ
ແລະ ສ້າງສາພັດທະນາປະເທດຊາດ.

     ໃນໂອກາດຕອນທ້າຍ ສະຫາຍ ພົນຕີ ສາຍໃຈ ກົມມະສິດ ກໍໄດ້ມີຄຳເຫັນໂອລົມຕໍ່ບັນດາຜູ້ແທນກອງປະຊຸມ ແລະ ຮຽກຮ້ອງໃຫ້ ຄະນະພັກ-
ນະບັນຊາບັນດາກົມກອງ ໂດຍສະເພາະຜູ້ເຮັດວຽກງານດ້ານກົດໝາຍສືບຕໍ່ໂຄສະນາເຜີຍແຜ່ກົດໝາຍ 3 ສະບັບດັ່ງກ່າວໃຫ້ນາຍທະຫານ ແລະ ທຸກ
ອົງການຈັດຕັ້ງທົ່ວກອງທັບ ໄດ້ຮັບຮູ້, ເຂົ້າໃຈ ແລະ ຈັດຕັ້ງປະຕິບັດໃຫ້ເຂັ້ມງວດ ແລະ ກ່າວປິດກອງປະຊຸມຢ່າງເປັນທາງການ.

ແຫຼ່ງຂ່າວໂດຍ ສົມຮັກ ຈັນທະວົງສາ
ວັນທີ 30/08/2023